ທ່ອງທ່ງວພາກກາງ


                  

ທາດຫລວງ (That Luang) ຫລື ພຣະທາດຫລວງ ປະຫວັດ ທາດຫຼວງ ທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ
ຕາມຕຳນານອຸຣັງຄະທາດ ທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ ການສ້າງອົງທາດຫຼວງເທື່ອແຮກນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາ ໜາສອງວາ ແລະ ສູງສີ່ວາສາມສອກ.

ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 

1560) ພຣະເຈົ້າໄຊຍະເສດຖາທິຣາດ ໄດ້ກໍ່ສ້າງອົງທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ

ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາດນ້ອຍສາມສິບອົງອ້ອມອົງທາດໃຫຍ່ ເປັນບໍຣິ

ວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳ

ໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) 

ແລະ ຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເຣັດເພິ່ນໄດ້ໃສ່ຊື່ອົງ

ທາດວ່າພຣະເຈດີໂລກະຈຸລາມະນີແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມ

ໝາຍວ່າທາດທີ່ໃຫຍ່ ພາຍຫຼັງສ້າງສຳເຣັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າ

ໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນປີຄສ 1571



ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ
ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ ພວກຝຣັ່ງເສດໄດ້ເຮັດການສ້ອມແປງສ່ວນຍອດຂອງອົງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດອົງທາດໄປ
ອີກຕໍ່ມາ ປີຄສ 1929 ຣັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເຣັດ ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດຂອງທາດ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ
ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະຣະພາບເປັນເອກະຣາດສົມບູນ ຣັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ
ທາດຫຼວງສູງ 45 ແມັດ ມີໃບສີມາອ້ອມ 228ໃບ ມີບໍຣິວານ(ທາດນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາຣະມີສາມສິບທັດ ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ 91.75 ແມັດ


                                         ປະຕູໄຊ
                             







                                                   
 




























































































ไม่มีความคิดเห็น:

แสดงความคิดเห็น