ທ່ອງທ່ງວພາກໃຕ້



ວັດພູ (ພາສາອັງກິດ: Vat Phou) ບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດກຳປູເຈຍ ຫ່າງຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການຢູເນສໂກ (UNESCO).

ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີຄວາມເກົ່າແກ່ ຊຶ່ງເປັນອາຄານກົກເຄົ້າ ສ້າງຂຶ້ນໃນສັດຕະວັດທີ 6, ຈາກນັ້ນກໍ່ມີ ການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນມາເຖິງສັດຕະວັດທີ 15. ວັດພູເປັນບູຮານສະຖານ ທີ່ໄດ້ອິດທິພົນທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມ ຮ່ອງຮອຍຫຼັກຖານ ທີ່ສະແດງໃຫ້ເຫັນໃນລວດລາຍສິລະປະ ຕາມສະຖານທີ່ຕ່າງໆ  ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮີດຄອງ ຫຼື ການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ ປະຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈ.ສ 1000 ກໍ່ຄື: ສິລະປະຂອງຮິນດູ, ໂດຍມີການເຊື່ອຖືເທບພະເຈົ້າ ຂອງສາສະໜາຮິນດູ ຈາກປະກົດການທຳມະຊາດ ພູເກົ້າ ຊຶ່ງເປັນຈຸດປະກາຍຫຼັກ ໃນການມາສ້າງວັດພູ. ສ່ວນປະກອບຂອງ ວັດມີຮູບຊົງໄຕຣມູມ, ເປັນລຳດັບຄືມີການຄິດໄລ່ ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າທີ່ສົ່ງນໍ້າສັກສິດຍາວຢຽດອອກໄປເຖິງ 10 ກິໂລແມັດ ທີ່ສ້າງດ້ວຍຜູ້ຄົນໄດ້ອ້າງໃຫ້ ຮູ້ເຖິງການອອກແບບຄັ້ງທຳອິດ ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວຍ. ປັດໃຈອື່ນກ່ຽວກັບ ການມີອຳນາດແຊກແຊງລັດທັງອິນດູ ແລະ ການເລືອກ ສະຖານທີ່ສ້າງວັດພູ  ແມ່ນເລືອກເອົາເສັ້ນຂະໜານ ທິດຕາ ເວັນອອກ ຕາເວັນຕົກເປັນຫຼັກ, ເຊັ່ນດຽວກັນກັບຈອມພູເກົ້າ ຊຶ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງພຣະສີວະໃນສາສະໜາຮິນດູ.

ການຖືຕາເວັນຂື້ນ ກໍ່ມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງ ໃຫ້ມັນໄປລວງດຽວກັບທິດຕາເວັນອອກ ຕາເວັນຕົກ. ຫຼັງຈາກຫຼາຍສັດຕະວັດຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ, ນັກສຳຫຼວດທາງຊາວຝຣັ່ງ, ທ່ານ ອອງຣີ ປາກມອງຈີເອ, ຈຶ່ງໄດ້ຄົ້ນພົບ ວັດພູຄືນອີກໃນປີ ຄ.ສ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ແລ້ວ, ອີກຄັ້ງໜື່ງ ແລະ ກໍ່ມິດງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ໃນກາງປີ ຄ.ສ 1980 ເວລາທີ່ອົງການ ຢູເນັດສໂກ (UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້. ການລົງສຳຫຼວດໃນເທື່ອນີ້  ໄດ້ນຳໄປສູ່ການຈົດບັນທຶກເຂົ້າເປັນມໍລະດົກພາຍໃຕ້ ການຄຸ້ມຄອງຂອງກົດໝາຍວ່າດ້ວຍ ມໍລະດົກທີ່ໄດ້ສ້າງຂື້ນ, ຊຶ່ງມີເນື້ອໃນ ວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້ໃນປີ ຄ.ສ 2001.

ຜາສາດຫິນວັດພູ ແບ່ງອອກເປັນ 3 ສ່ວນຄື: ປາສາດຊັ້ນລຸ່ມ ຊາກຂອງບາລາຍ ສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄ.ສ 1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບ ດ້ວຍເສົານາງລຽງ ລານດ້ານໜ້າ ຈະມີພໍ່ຄ້າແມ່ຄ້າ ນຳເອົາ ດອກໄມ້ທູບທຽນມາຈຳໜ່າຍ, ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສໍາລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບ ປະຊາສຳພັນຂອງປາສາດຫິນວັດພູແຫ່ງນີ້. ປະຈຸບັນຢູ່ລະຫວ່າງການບູລະນະ  ຊາວບ້ານຈະຮຽກບາລາຍ 2 ຫລັງນີ້ວ່າ ໂຮງທ້າວແລະ ໂຮງນາງເປັນເໝືອນກັບຜາສາດ ໃນເມືອງພະນະຄອນທຸກແຫ່ງ  ໃຊ້ສຳລັບເຮັດຄວາມສະອາດ, ຊຳລະລ້າງຮ່າງກາຍ ກ່ອນຂຶ້ນໄປບູຊາເທວະສະຖານ ຜາສາດຊັ້ນກາງ ດ້ານໜ້າຂອງໂຄປຸລະຊັ້ນກາງ  ມີຮູບແກະສະຫລັກເທວະຮູບ, ຖືກະບອງ, ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນ ຕໍ່ພຸດທະສາດສະຫນາຂອງລາວ. ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງ ໃຫ້ຜູ້ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດລາວ ປາສາດຊັ້ນເທິງ ເມື່ອຜ່ານທະວານບານ ເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບ ຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມຫມາຍເຖິງສະຫວັນທັງ 7 ຈົນເຖິງປາສາດປະທານສ່ວນເທິງສຸດ ລັກສະນະ ພາຍນອກຂອງປາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ, ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ, ແກະສະຫລັກເປັນຮູບພະອິນ, ຊົງຊ້າງເອລາວັນ 3 ສຽນ, ດ້ານຂ້າງເປັນຮູບກິນນະລີ ແລະ ພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ, ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກ ຂອງທ້າວວົດຕຸໂລກບານ ເຫມືອນດັ່ງຍືນພິທັກ, ປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ, ບໍລິເວນປ່ອງຢ້ຽມ ແກະສະຫລັກເປັນລູກໝາກວົດ, ດ້ານໃນຂອງຜາ ສາດປະດິດສະຖານ ພະພຸດທະຮູບ ສຳລິດຂະໜາດໃຫຍ່, ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ  ສະຫລັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.



ໝອງຟ້າ. (ແຂວງອັດຕະປື)

















































































































ไม่มีความคิดเห็น:

แสดงความคิดเห็น